CCL

NYOT OU TEA FESTIVAL

ໃນວັນທີ 11 ແລະ 12 ເດືອນພະຈິກ2023 Cooperation Committee with Laos (CCL), ໃນການຮ່ວມມືກັບ Project Space Pha Tad Ke Botanical and Blue Chair Associationໄດ້ຈັດງານເທສະການຊາຍອດອູຄັ້ງທີສອງເຊິ່ງໄດ້ຈັດຂຶ້ນທີ່ອູໃຕ້, ເມືອງຍອດອູ, ແຂວງຜົ້ງສາລີ. Outai, Nyot Ou District, Phongsaly Province.

ການຈັດງານເທສະການຊາຍອດອູເພື່ອແນ່ໃສ່ການເປີດກວ້າງ ແລະ ຮັດແໜ້ນໃນການແລກປ່ຽນລະຫວ່າງຜູ້ຜະລິດຊາໃນເມືອງ, ທັງໃນດ້ານເຕັກນິກການຜະລິດແລະການແປຮູບ ແລະ ຮ້ານຄ້າຕ່າງໆ. ອຳນວຍຄວາມສະດວກໃຫ້ແກ່ການພົບປະກັບຜູ້ຊື້ ແລະ ຜູ້ຜະລິດຈາກແຂວງອື່ນໆ. ສຳລັບປີ 2023 ນີ້, ສະຫະກອນຊາຜົ້ງສາລີ ແລະ ເມືອງເມິງ (ແຂວງ ບໍ່ແກ້ວ) ກໍ່ໄດ້ຮັບເຊີນເພື່່ອມາວາງສະແດງຜະລິດຕະພັນຂອງເຂົາເຈົ້າ. ມີຜູ້ເຂົ້າຮ່ວມທັງໝົດ 680 ຄົນ ໃນນັ້ນມີຍິງ 290 ຄົນທີ່ໄດ້ເຂົ້າຮ່ວມໃນງານຄັ້ງນີ້!

ພັດທະນາທັກສະການເລົ່າເລື່ອງຂອງໄວໜຸ່ມ

This year, ahead of the festival, eight tea producers and four CCL staff from Nyot Ou followed a training on documentary making. On the program, they learned how to capture images and sound with their smartphones, conduct interviews, as well as the use of simple editing programs. The young filmmakers from Ban Huayva and Ban Nammayai produced four documentaries centered around the socio-cultural and economical aspects of life in their villages. After ten intense days of work, the result was presented to festival-goers and accompanied by discussion panels with the protagonists.

ພວກເຮົາຮູ້ສຶກຍິນດີທີ່ໄດ້ນໍາສະເໜີສາລະຄະດີທີ່ໄດ້ຖ່າຍທຳເຊັນດຽວກັນກັບຮູບເງົາພາຍຫຼັງການຝຶກອົບຮົມ ແລະ ງານເທສະການຊາຍອດອູ.

ຂໍຂອບໃຈດ້ວຍຄວາມຈິງໃຈສຳລັບຜູ້ເຂົ້າຮ່ວມແລະຜູ້ກຳກັບໃນການຝຶກອົມຮົມ: ທ. ບຸນເງິນ, ທ.ບຸນສະໄໝ,ທ. ບົວແກ້ວ, ນ. ບົວຄຳ, ທ. ທອງ, ທ. ບຸນແກ້ວ, ນ. ສາແລວ ແລະ ນ. ແສງນາງ.

ຂອບໃຈຄູຝຶກ ແລະ ຜູ້ກຳກັບ ທ. ໄຊສົງຄາມ ອິນດວງຈັນທີ, ທ. ອາຕ໋ອມ ແລະ ຜູ້ຊ່ວຍທີມງານ.

ຂອບໃຈທີມງານ CCL ຍອດອູໃນການຊ່ວຍເຫຼືອ: ນ. ບົວພອນ, ທ. ທອງສະຫວັນ, ທ. ຫຸ່ງແກ້ວ, ນ. ເນົ້າ, ທ. ຈູ່ມຄຳ ແລະ ທ. ສັນຕິ.

Warm thanks to Mr. Rik Gadella (Project SpacePha Tad Ke) for initiating this fruitful video workshop and festival cooperation, and to our partners Blue Chair & Lao New Wave for their precious support and participation.

ຄວາມເຂົ້າໃຈໃນການຝຶກອົບຮົມ ແລະ ງານເທສະການ

ຮູບເງົາທີ່ໄດ້ຜະລິດ

CCL ໄດ້ຮ່ວມງານກັບຜູ້ຜະລິດຊາໃນທຸກດ້ານຂອງການເພາະປູກຊາ, ການຜະລິດ ແລະ ການແປຮູບ: ການຈັດການລະບົບນິເວດການກະເສດ, ການຮັກສາແລະຟື້ຟູປ່າໄມ້ປົກຄຸ້ມ, ແລະ ຊີວະນາໆພັນ, ເຕັກນິກການເກັບຜົນຜະລິດແບບຍືນຍົງ, ວິທີການແປຮູບ ແລະ ອື່ນໆ. ໃນການສະໜັບສະໜູນນີ້ແມ່ນໄດ້ກວມເອົາດ້ານການຕະຫຼາດ ແລະ ບັນດາກິດຈະກຳທາງດ້ານການຄ້າ ແລະ ການພັດທະນາແບບຍືນຍົງ ແລະ ທຸລະກິດແບບມີສ່ວນຮ່ວມເຊັ່ນວ່າສະຫະກອນຊາຍອດອູ (nyotoutea.com)

For more information about the CCL action: 

ccl-laos.org